[Testing] ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ໃນອາທິດນີ້, ສູນສະຖິຕິແຫ່ງຊາດ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA), ໄດ້ສົ່ງ ນັກສັງເກດ ທີ່ໄດ້ຮັບການຝຶກອົບຮົມ ຈໍານວນ 36 ທ່ານ ລົງເຄື່ອນໄຫວທົ່ວປະເທດ ເພື່ອຕິດຕາມ ແລະ ສັງເກດການເກັບ ກໍາຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025. ການລົງເຮັດວຽກຂອງນັກ ສັງເກດການໃນຄັ້ງນີ້ ເປັນຄວາມພະຍາຍາມໜຶ່ງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມໜ້າເຊື່ອຖືຂອງການສຳຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້.

Observation at Pak Ngum district.

ໂດຍປະຕິບັດຕາມຫຼັກການສາກົນ, ນັກສັງເກດການທີ່ຜ່ານການຝຶກອົບຮົມ ໄດ້ຖືກມອບໝາຍ ເພື່ອລົງໄປທຸກແຂວງໃນຂອບເຂດ ທົ່ວປະເທດ ເພື່ອປະເມີນສະພາບ ແລະ ຄວາມຖືກຕ້ອງຂອງການເກັບກຳຂໍ້ມູນພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ພາກສະໜາມ ເຊິ່ງໄດ້ເລີ່ມຕົ້ນຕັ້ງແຕ່ວັນທີ 3 ພະຈິກ 2025.

Observation at Pak Ngum district

 

ນອກຈາກການລາຍງານປະຈຳວັນ ຂອງນັກສັງເກດການ ຈາກພາກສະໜາມແລ້ວ, ພາຍຫລັງສຳເລັດການເກັບກຳຂໍ້ມູນ ນັກສັງເກດການ ຍັງຈະລາຍງານຜົນຂອງການຕິດຕາມໃຫ້ສູນສະຖິຕິແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ. ບົດລາຍງານດັ່ງກ່າວ ຈະສະແດງໃຫ້ເຫັນຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງການເກັບກຳຂໍ້ມູນພົນລະເມືອງ ທີ່ຈະສິ້ນສຸດ ໃນວັນທີ 28 ທັນວາ 2025 ນີ້.

ສປປ ລາວ ດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ທຸກໆສິບປີ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍສະຖິຕິ. ນັບຕັ້ງແຕ່ປີ 1985 ສປປ ລາວ ໄດ້ຈັດຕັ້ງດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ມາແລ້ວ 4 ຄັ້ງ. ການສໍາຫຼວດພົນລະເມືອງ  ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຈະໄດ້ສະໜອງ ຂໍ້ມູນອັນສຳຄັນ ແລະ ຂໍ້ມູນຈາກການສໍາຫຼວດຄັ້ງນີ້ ຈະເປັນບ່ອນອີງ ພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ການເສີມຂະຫຍາຍຍຸດທະສາດແຫ່ງຊາດ ເພື່ອແນ່ໃສ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຊາວໜຸ່ມ, ແມ່ຍິງ ແລະ ຄົນພິການ ແລະ ຮັບປະກັນ “ບໍ່ປະໃຜໄວ້ທາງຫລັງ”.

ທ່ານ ລຽນທອງ ສຸພານີ, ຮັກສາການຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ຫົວໜ້າຫ້ອງການ ສໍາຫຼວດພົນລະເມືອງ ຂັ້ນສູນກາງ ໄດ້ກ່າວວ່າ: ການສົ່ງນັກສັງເກດການລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຕ່າງໆ ເພື່ອສັງເກດການ ດຳເນີນການເກັບກຳຂໍ້ມູນພາກສະໜາມ, ເຊິ່ງຈະເປັນປັດໄຈຕົ້ນຕໍໃນການຮັບປະກັນຄຸນນະພາບ ຂອງການ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແບບດິຈິຕອນ ຄັ້ງທໍາອິດ ຂອງປະເທດ.

 

 

 

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ກໍ່ໄດ້ມີສ່ວນຮ່ວມຈາກຫລາຍພາກສ່ວນ ເປັນຕົ້ນສູນສະຖິຕິແຫ່ງຊາດ ກະຊວງການເງິນ, ບັນດາກະຊວງ, ອຳນາດການປົກຄອງ ຂັ້ນແຂວງ ແລະ ເມືອງ ພ້ອມທັງ ບັນດາບ້ານໃນຂອບເຂດທົ່ວປະເທດ,” ທ່ານຍັງກ່າວຕື່ມອີກວ່າ: ການສັງເກດການຈະຊ່ວຍຮັບປະກັນໃຫ້ການລົງເກັບກຳຂໍ້ມູ ນພົນລະເມືອງພາກສະໜາມດຳເນີນໄປຢ່າງຖືກຕ້ອງ, ໂປ່ງໃສ ແລະ ຕໍ່ເນື່ອງໃນຂອບເຂດທົ່ວປະເທດ. ການມີຂໍ້ມູນທີ່ມີ ຄຸນນະພາບສູງ ແລະ ໜ້າເຊື່ອຖືໄດ້ ຈະເຮັດໃຫ້ພວກເຮົາມີຄວາມພ້ອມຫລາຍຂື້ນ ໃນການກຳນົດແຜນການພັດທະນາ ປະເທດໃນອານາຄົດ, ສ້າງຄວາມເຂັ້ມແຂງທາງດ້ານການກຳນົດນະໂຍບາຍຕ່າງໆ ພ້ອມທັງຕອບສະໜອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວບັນດາເຜົ່າອີກດ້ວຍ.

ທ່ານ ປອ ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ເນັ້ນໜັກວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແບບດິຈິຕອລ ເປັນປະຫວັດສາດທີ່ສຳຄັນຂອງ ສປປ ລາວ ໃນການສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບສະຖິຕິແຫ່ງຊາດ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນວຽກງານສໍາຄັນລະດັບຊາດທີ່ຮຽກຮ້ອງໃຫ້ມີຄວາມຖືກຕ້ອງ, ຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນຈາກປະຊາຊົນ. ການສັງເກດການ ຈະຊ່ວຍຮັບປະກັນວ່າ: ການເກັບກຳຂໍ້ມູນທີ່ມີຄວາມຊັດເຈນ ຈະສະທ້ອນໃຫ້ເຫັນ ຄວາມເປັນຈິງໃນຊຸມຊົນ ແລະ ສ້າງເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການກຳນົດນະໂຍບາຍ, ການວາງແຜນ ແລະ ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນລາວ

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເປັນບາດລຽ້ວທີ່ສຳຄັນຂອງ ສປປ ລາວ ແລະ ເປັນຄວາມມຸ່ງໝັ້ນຮ່ວມກັນໃນການສ້າງພື້ນຖານຂໍ້ມູນທີ່ໜັກແໜ້ນໃຫ້ແກ່ວຽກງານສະຖິຕິຂອງປະເທດ.ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຈາກລັດຖະບານ, ການເຮັດວຽກດ້ວຍຄວາມຫ້າວຫັນຂອງນັກສັງເກດການ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກບັນດາຄູ່ຮ່ວມພັດທະນາເຊັ່ນ: ສປ ຈີນ, ປະເທດອົດສະຕຣາລີ, ລຸກຊຳບວກ, ສະວິດເຊີແລນ, ສະຫະລັດອາເມລິກາ ແລະ ເຢຍລະມັນ.

ການສຳຫຼວດພົນລະເມືອງໃນຄັ້ງນີ້ ແນ່ໃສ່ການຜະລິດຂໍ້ມູນທີ່ມີຄວາມຖືກຕ້ອງ ແລະ ກວມເອົາໝົດທຸກຄົນ ເພື່ອເປັນບ່ອນອີງສຳລັບການວາງນະໂຍບາຍ, ປັບປຸງການບໍລິການຂອງລັດ ແລະ ກຳນົດບຸລິມະສິດໃນການພັດທະນາ ຂອງເທດ ໃນອະນາຄົດ. ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງບັນດາຜູ້ໃຫ້ທຶນທຸກພາກສ່ວນທີ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການຈັດຕັ້ງປະຕິບັດວຽກງານການສຳຫຼວດໃນຄັ້ງນີ້ ທັ້ງນີ້ກໍ່ເພື່ອຮັບປະກັນໃຫ້ທຸກຄົນ, ທຸກຊຸມຊົນມີສ່ວນຮ່ວມ ແລະ ໄດ້ຮັບ ຜົນປະໂຫຍດຈາກການພັດທະນາ.