ສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ໃນນາມຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂັ້ນສູນກາງ, ໄດ້ເປີດຊຸດຝຶກອົບຮົມເພື່ອສ້າງຄວາມອາດສາມາດໃຫ້ແກ່ນັກກວດກາ ແລະ ນັກເດີນສຳຫຼວດ ທີ່ຈະລົງເກັບກຳຂໍ້ມູນຢູ່ ພາກສະໜາມໃນມື້ກຳນົດການສໍາຫຼວດ ວັນທີ 3 ພະຈິກ 2025 ຫາ 28 ທັນວາ ປີ 2025
ຊຸດຝຶກອົບຮົມດັ່ງກ່າວ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ແລະ ບັນດາຄູ່ຮ່ວມພັດທະນາ ເຊັ່ນ: ປະເທດ ອົດສະຕາລີ, ຈີນ, ສະວິດເຊີແລນ, ລັກເຊມເບີກ, ສະຫະລັດອາເມລິກາ ແລະ ອືນຯ ໄດ້ເລີ່ມຕົ້ນຕັ້ງແຕ່ວັນທີ 25 ສິງຫາ. ການຝຶກຮົມນັກຄັ້ງນີ້ ປະກອບມີ ການຝຶກອົບຮົມຂັ້ນແຂວງ, ຂັ້ນເມືອງ ແລະ ຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ, ໂດຍມີຈຸດ ປະສົງກໍ່ຄືສ້າງຄວາມເຂົ້າໃຈທາງດ້ານວິທີການ ແລະ ຄວາມພ້ອມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາໃນ ການນຳໃຊ້ເຄື່ອງມືດິຈິຕອລທັນສະໄໝເຂົ້າໃນການສຳພາດ ແລະ ເກັບກຳຂໍ້ມູນຂອງການສຳຫຼວດ.
ໃນມື້ນັດໝາຍການສຳຫຼວດວັນທີ 3 ພະຈິກ 2025, ນັກເດີນສຳຫຼວດ ແລະ ນັກກວດກາ ທີ່ໄດ້ຮັບການຝຶກອົບຮົມ ຫລາຍກວ່າ 8000 ຄົນຈະໄດ້ລົງສຳພາດປະຊາຊົນ 1.6 ລ້ານຄົວເຮືອນໃນຂອບເຂດທົ່ວປະເທດເພື່ອເກັບກຳ ຂໍ້ມູນ ພົນລະເມືອງ. ຂໍ້ມູນທີ່ໄດ້ຈາກ ຄັ້ງນີ້ ຈະສະໜອງຂໍ້ມູນ ເພື່ອເປັນບ່ອນອີງອັນສຳຄັນໃນການກຳນົດ ນະໂຍບາຍພັດ ທະນາປະເທດຊາດ ແລະ ສ້າງອະນາຄົດທີ່ສົດໃສສຳລັບທຸກ ຄົນ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສຳຫຼວດໃຫຍ່ ຂອງ ສປປ ລາວ ທີ່ຈັດຂຶ້ນທຸກໆ 10 ປີ ໂດຍອີງຕາມກົດໝາຍວ່າດ້ວຍສະຖິຕິ. ໂດຍມີຈຸດປະສົງເພື່ອເກັບກຳຂໍ້ມູນທີ່ສຳຄັນເຊັ່ນ: ຈຳນວນພົນລະເມືອງ, ການປ່ຽນແປງທາງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍຕົວ ແລະ ການແຈກຢາຍຂອງພົນລະເມືອງ ໃນແຕ່ລະໄລຍະ. ນອກຈາກນັ້ນ, ຍັງລວມທັງຂໍ້ມູນ ກ່ຽວກັບຈຳນວນພົນລະເມືອງ ແບ່ງຕາມເພດ, ອາຍຸ, ຊົນເຜົ່າ, ສະຖານະພາບສົມລົດ, ຄວາມພິການ, ຄຸນລັກສະນະຂອງທີ່ຢູ່ອາໄສ, ການເຂົ້າເຖິງການບໍລິການ, ການເກີດ, ການຕາຍ, ການຍົກຍ້າຍ, ແຮງງານ, ການສຶກສາ ແລະ ການຈ້າງງານ ແລະ ອື່ນໆ. ຂໍ້ມູນຈາກການສຳຫຼວດນີ້ ສະແດງໃຫ້ເຫັນສະພາບຊີວິດການເປັນຢູ່ຂອງພົນລະເມືອງ ພ້ອມທັງຊີ້ໃຫ້ເຫັນສິ່ງທ້າທາຍ ແລະ ໂອກາດທີ່ ພວກເຮົາກຳລັງປະເຊີນ. ຂໍ້ມູນເຫຼົ່ານີ້ຈະຊ່ວຍໃຫ້ລັດຖະບານສາມາດ ກຳນົດແຜນ ພັດທະນາເສດຖະກິດ-ສັງຄົມໃຫ້ຖືກຕ້ອງ ແລະ ສອດຄ່ອງໃນແຕ່ລະໄລຍະ.