[Testing] ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025 ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ຕິດຕາມຂະບວນການເກັບກຳ ຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ໃນວັນທີ 3 ພະຈິກປິ 2025

ການເກັບກຳຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນໄດ້ ຈັດຕັ້ງປະຕິບັດ ໃນລະຫວ່າງ ວັນທີ 3 ພະຈິກ ຫາ 28 ທັນວາ 2025.  ໃນໄລຍະເວລາຜ່ານມາ ໄດ້ສຳເລັດການຝຶກອົບຮົມໃຫ້ນັກເດີນສຳຫຼວດ ໃນຂອບເຂດທົ່ວປະເທດ ຈຳນວນປະມານ 11,000 ຄົນ ເພື່ອຮັບຜິດຊອບໃນການເກັບ ກຳຂໍ້ມູນ ຂອງທຸກຄົວເຮືອນ ແລະ ທຸກຄົນລວມ ທັງຄົນຕ່າງປະເທດ ທີ່ໄດ້ດຳລົງຊິດ ວີດຢູ່ໃນ ສປປ ລາວ ເປັນ ເວລາຫົກເດືອນ ຫຼື ຫຼາຍ ກວ່າ 6 ເດືອນຂື້ນໄປ ໂດຍນໍາໃຊ້ ແທັບເບັດ ເຊິ່ງເປັນ ເຄື່ອງມືດິຈິຕອລ ແບບທັນສະໄໝ.

 

ຄະນະຜູ້ແທນຂັ້ນສູນກາງ ທີ່ໄດ້ລົງຕິດຕາມຂະບວນການເກັບກຳຂໍ້ມູນພາກສະໜາມ ຢູ່ເມືອງຈັນທະບຸລີ, ນະຄອນຫຼວງ ວຽງຈັນ ຍັງປະກອບດ້ວຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນ ຫຼວງວຽງ ຈັນ, ທ່ານ ວິສອນ ລາວມາວ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ທ່ານ ປອ ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ພະນັກງານຈາກສູນຫ້ອງການສຳຫຼວດຂັ້ນສູນກາງ ແລະ ທ້ອງຖິ່ນເປັນ ຈຳນວນຫຼວງຫຼາຍ. ຈຸດປະສົງຂອງການ ລົງເຮັດວຽກຢູ່ນະຄອນຫຼວງຄັ້ງນີ້ ຂອງ ທ່ານ ສັນຕິພາບ ພ້ອມດ້ວຍຄະນະ ແມ່ນ ເພື່ອຊຸກຍູ້ ແລະ ຕິດຕາມ ຂະບວນ ການເກັບກຳຂໍ້ມູນ ພາກສະໜາມ ແລະ ປຶກສາຫາ ລືກັບອຳນາດການ ປົກຄອງທ້ອງ ຖິ່ນກ່ຽວກັບບັນຫາທີ່ຈະຕ້ອງໄດ້ຮັບການແກ້ໄຂເພື່ອຮັບປະກັນໃຫ້ຂະບວນການສຳຫຼວດດຳເນີນໄປດ້ວຍຄວາມສະດວກ ແລະ ມີປະສິດທິຜົນ.

ພາຍຫຼັງຈາກໄດ້ພົບປະກັບອຳນາດການປົກຄອງທ້ອງຖິ່ນແລ້ວ,ຄະນະຜູ້ແທນສູນກາງໄດ້ສືບຕໍ່ເດີນທາງລົງຢ້ຽມຢາມບ້ານສີສະຫວາດ ແລະ ບ້ານທົ່ງຕຸມ, ເມືອງຈັນທະບູລີເພື່ອສັງເກດການເຮັດວຽກ ຂອງນັກເດີນສຳຫຼວດທີ່ກຳລັງ ດຳເນີນການສຳພາດຄົວເຮືອນ ຊຶ່ງເປັນສ່ວນໜຶ່ງຂອງ ເກັບກຳຂໍ້ມູນພາກສະໜາມທົ່ວປະເທດ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ປີ 2025 ຈະເກັບກຳຂໍ້ມູນສຳຄັນກ່ຽວກັບ ພົນລະເມືອງຂອງ ສປປ ລາວ, ລວມທັງຂະໜາດ, ໂຄງສ້າງ, ການຂະຫຍາຍຕົວ ແລະ ການ ແຈກຍ້າຍຂອງພົນລະເມືອງ ພ້ອມທັງຂໍ້ມູນ ກ່ຽວກັບຊົນເຜົ່າ, ຄວາມພິການ, ທີ່ຢູ່ອາໄສ, ການເຂົ້າເຖິງການບໍລິການ ແລະ ການສຶກສາ. ຂໍ້ມູ້ນດັ່ງກ່າວຈະຊີ້ໃຫ້ເຫັນສະພາບຊິວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ລ່ວມທັງຜົນສຳເລັດ ແລະ ສິ່ງ ທ້າທາຍ, ເຊິງຈະສະໜອງຂໍ້ມູນ ໃຫ້ລັດຖະບານ ເພື່ອນຳໃຊ້ເປັນບ່ອນອິງການກຳນົດ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ໂຄງການພັດທະນາຕ່າງໆໃຫ້ມີປະສິດທິຜົນຂຶ້ນເທື່ອລະກ້າວ.

ນອກຈາກນັ້ນ, ຂໍ້ມູນຈາກການສຳຫຼວດຄັ້ງນີ້ ຈະເປັນບ່ອນອິງ ໃຫ້ແກ່ລັດຖະບານໃນການ ຕິດຕາມການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2026–2030). ພ້ອມກັນນັ້ນ ກໍ່ຍັງຈະເປັນພື້ນຖານທີ່ສໍາຄັນ ໃນ ການຕິດຕາມຄວາມຄືບໜ້າຂອງ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ເພື່ອພັດທະນາຍຸດທະສາດ ແນ່ໃສສ້າງຄວາມ ເຂັ້ມແຂງໃຫ້ແກ່ ແມ່ຍິງ, ຊາວໜຸ່ມ ແລະ ຄົນພິການ.

ໃນລະຫວ່າງການລົງຕິດຕາມ ແລະ ຊຸກຍູ້ຂະບວນການເກັບກຳຂໍ້ມູນ, ທ່ານ ສັນຕິພາບ ໄດ້ເນັ້ນໜັກເຖິງ ຄວາມ ສໍາຄັນ ຂອງການສໍາຫຼວດພົນລະເມືອງ ແລະ ຮຽກຮ້ອງໃຫ້ຄະນະຊີ້ນໍາຂັ້ນນະຄອນຫຼວງ ແລະ ຂັ້ນເມືອງອຳນວຍຄວາມສະ ດວກໃຫ້ນັກເດີນສຳຫຼວດເຂົ້າເຖິງທຸກພື້ນທີ່ ແລະ ຈົດນັບທຸກຄົນ.

“ຂໍ້ມູນທີ່ຖຶກຕ້ອງ ເປັນພື້ນຸຖານສຳລັບ ການກຳນົດນະໂຍບາຍທີ່ມີປະສິດທິຜົນ. ຖ້າຫາກຂໍ້ມູນບໍ່ຖືກຕ້ອງ ການກຳນົດນະໂຍບາຍ ແລະ ແຜນງານ ມີຄວາມສ່ຽງ ບໍ່ສອດຄອງກັບຄວາມເປັນຈິງ ແລະ ແລະ ບຸລິມະສິດຂອງປະຊາຊົນ” ທ່ານ ສັນຕິພາບ ກ່າວ.

ທ່ານ ປອ ບັກທີຢໍ ທ່ານ ກ່າວວ່າ ພາຍຫຼັງຫ້າງຫາກະກຽມເປັນເວລາ 4 ປີ, ການເກັບກຳຂໍ້ມູນ ພາກສະໜາມທົ່ວປະເທດ ໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ. ອົງການ UNFPA, ພ້ອມດ້ວຍ ຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນປະເທດ ອົດສະຕຣາລີ, ປະເທດສະວິດເຊີແລນ, ລັກເຊມເບີກ, ເຢຍລະມັນ, ສະຫະລັດອາເມລິກາ, ແລະ ສປ ຈີນ, ມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານວິຊາການ ແລະ ການເງິນແກ່ ສປປ ລາວ ໃນການ ຈັດຕັ້ງປະຕິບັດ ການສຳຫຼວດພົນ ລະເມືອງ ແບບດິຈິຕອລຄັ້ງທຳອິດໃນປະຫວັດສາດ ຂອງປະເທດ.

“ອົງການ UNFPA ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ລະດັບຊາດໃນຄັ້ງນີ້. ຮ່ວມກັບຄູ່ ຮ່ວມງານຂອງພວກເຮົາ, ພວກເຮົາຈະສືບຕໍ່ໃຫ້ການ ສະໜັບສະໜູນທີ່ຈຳເປັນ ເພື່ອຮັບປະກັນ ຄວາມສຳເລັດ ຂອງການ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແບບດິຈິຕອລ ຄັ້ງທຳອິດໃນປະຫວັດສາດຂອງ ສປປ ລາວ. ພວກເຮົາເຊື່ອໜັ້ນວ່າການສໍາຫຼວດຄັ້ງນີ້ບໍ່ເປັນພຽງແຕ່ການນັບຈຳນວນພົນລະເມືອງເທົ່ານັ້ນ ແຕ່ເປັນການຮັບຮູ້ ແລະ ເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ປະຊາຊົນ ເພາະວ່າຢູ່ທາງຫຼັງຂອງທຸກຕົວເລກລ້ວນແຕ່ແມ່ນບຸກຄົນ, ເລື່ອງລາວ ແລະ ຄວາມຝັນ,” ທ່ານກ່າວ.

ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະຊີ້ນໍາ ແລະ ການສະໜັບສະໜູນດ້ານວິຊາການ ຈາກອົງການ UNFPA ແລະ ຄູ່ຮ່ວມພັດທະນາຕ່າງໆ, ສູນສະຖິຕິແຫ່ງຊາດໄດ້ເລີ່ມ ຕົ້ນຫ້າງຫາ ກະກຽມສໍາລັບ ການສໍາ ຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ນັ້ບຕັ້ງແຕ່ ປີ 2021. ການສໍາຫຼວດພົນລະເມືອງ ປີ 2025 ຈະເປັນການສຳຫຼວດ ແບບຕິຈິຕອລຄັ້ງທຳອິດໃນປະຫວັດສາດຂອງປະເທດລາວ, ເຊິ່ງເປັນການສ້າງພື້ນຖານ ທີ່ໜັກແໜ້ນໃຫ້ ແກ່ການ ຫັນເປັນທັນສະໄໝ ແລະ ດິຈິຕອລຂອງລະບົບສະຖິຕິແຫ່ງຊາດ, ການນໍາໃຊ້ລະບົບດິຈິຕອລນີ້ຈະບໍ່ພຽງແຕ່ຊ່ວຍ ເພີ່ມຄວາມຖືກຕ້ອງຂອງການເກັບກໍາຂໍ້ມູນເທົ່ານັ້ນ, ແຕ່ ຍັງຈະເຮັດໃຫ້ຂໍ້ມູນນັ້ນເຂົ້າ ເຖິງງ່າຍຂຶ້ນ ແລະ ມີປະໂຫຍດຫຼາຍຂຶ້ນສໍາລັບທຸກຄົນ.