[Testing] ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ນະຄອນຫຼວງ ວຽງຈັນ, ສ ປປ ລາວ, 2 ກັນຍາ 2025:  ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ມື້ນີ້ ໄດ້ຈັດກອງປະຊຸມຄູ່ຮ່ວມພັດທະນາ ຄັ້ງທີ VI ສະໜັບສະໜູນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ສະຖານທູດ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆ ໂດຍມີຈຸດປະສົງ ທົບທວນຄືນຄວາມຄືບໜ້າ, ຜົນສຳເລັດ, ສິ່ງທ້າທາຍ ແລະ ກຳນົດວຽກບຸລິມະສິດ ໃນການກະກຽມຄວາມພ້ອມສໍາລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດທີ່ມາເຖິງໃນໜ້ານີ້.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025 ແມ່ນ ການສຳຫຼວດແບບດິຈິຕອນ ທີ່ທັນສະໄໝຄັ້ງທຳອິດ ຂອງ ສປປ ລາວ. ການສຳຫຼວດຄັ້ງນີ້ຖືເປັນໂອກາດສຳຄັນໃນຮອບ 10 ປີ ຂອງ ປະເທດ ໃນການເກັບກຳຂໍ້ມູນທີ່ຈຳເປັນເພື່ອນໍາໃຊ້ເປັນບ່ອນອີງໃນການວາງນະໂຍບາຍ ແລະ ກຳນົດທິດທາງການພັດທະນາປະເທດໃນອະນາຄົດ.

ກອງປະຊຸມຄັ້ງນີ້ ຍັງໄດ້ເນັ້ນເຖິງຄວາມຈຳເປັນໃນການເພີ່ມທະວີການຮ່ວມມື, ການປັບປຸງການປະສານງານ ແລະ ການ ສະໜັບສະໜຸນທີ່ຕໍ່ເນື່ອງແນ່ໃສຮັບປະກັນໃຫ້ການຈັດຕັ້ງປະຕິບັດການສຳຫຼວດຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຕາມຄາດໝາຍ ແລະ ໄລຍະເວລາທີ່ກຳນົດໄວ້.

ໃນພິທີເປີດກອງປະຊຸມ, ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ, ໄດ້ເນັ້ນເຖິງຄວາມ ສຳຄັນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ເຊິ່ງ ເປັນໂຄງການຍຸດທະສາດຂອງ ສປປ ລາວ. ທ່ານກ່າວວ່າ: ຂໍ້ມູນຈາກການສຳຫຼວດຄັ້ງນີ້ ຈະເປັນເຄື່ອງມືທີ່ສຳຄັນ ໃນການປະເມີນການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ແລະ ເປັນບ່ອນອີງພື້ນຖານໃນ ການຕິດຕາມ ກວດກາການຈັດ ຕັ້ງປະຕິບັດແຜນພັດທະນາແຫ່ງຊາດ ຄັ້ງທີ 10 ທີ່ຈະຮັບຮອງໃນປີໜ້າ.

“ໃນນາມປະທານກອງປະຊຸມ, ຂ້າພະເຈົ້າຂໍຖືໂອກາດສະແດງຄວາມຮູ້ບຸນຄຸນມາຍັງອົງການ UNFPA, ຄູ່ຮ່ວມ ພັດທະນາ, ແລະ ຜູ້ຊ່ຽວຊານຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ການເງິນຢ່າງຕໍ່ເນື່ອງ,” ທ່ານ ສັນຕິພາບ ກ່າວ. “ການມີສ່ວນຮ່ວມຂອງທ່ານ ແມ່ນສິ່ງຈຳເປັນຕໍ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດວຽກງານ ບຸລິມະສິດນີ້.

 

ໃນກອງປະຊຸມ, ທ່ານ ນາງ ເພັດສະໝອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ໄດ້ລາຍງານໃຫ້ຊາບວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ປັດຈຸບັນ ໄດ້ດຳເນີນມາຮອດຂັ້ນຕອນສຸດທ້າຍແລ້ວ. ການ ເກັບກຳຂໍ້ມູນຕົວຈິງຢູ່ພາກສະໜາມໄດ້ກຳນົດໃຫ້ເລີ່ມຂຶ້ນໃນວັນທີ 3 ພະຈິກ ແລະ ຈະດຳເນີນເປັນໄລຍະເວລາ 6 ຫາ 8 ອາທິດ.

ນອກຈາກນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດບາງດ້ານໃນໄລຍະຜ່ານມາໃນນ້້ນໄດ້ສຳເລັດສ້າງແບບສອບຖາມແບບ ທົ່ວເຖິງ ແລະ ສຳເລັດການສຳຫຼວດທົດລອງ. ປັດຈຸບັນ ພວມສຸມໃສ່ ການກຳນົດເຂດສຳຫຼວດ. ສຳລັບ ການຝຶກອົບ ຮົມຄູຝຶກຈະສຳເລັດໃນວັນທີ 5 ກັນຍາ ແລະ ການຝຶກອົບຮົມນັກເດີນສຳຫຼວດຈະສຳເລັດໃນທ້າຍເດືອນຕຸລາ.

ດຣ. ບັກທິຍໍ ຄາດີຣົບ, ຜູ້ຕາງໜ້າອົງການ UNFPA, ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການຮ່ວມມື ໃນການສະ ໜັບສະໜູນລັດຖະບານລາວເພື່ອຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ແບບດິຈິ ຕອນ ທັນສະໄໝ ຄັ້ງທຳອິດ ໃນ ສປປ ລາວ.

“ສຳລັບອົງການ UNFPA, ການສຳຫຼວດພົນລະເມືອງ ຄັ້ງ ທີ່ 5 ປີ 2025 ບໍ່ພຽງແຕ່ເປັນການເກັບກຳຂໍ້ມູນເທົ່ານັ້ນ, ແຕ່ມັນຍັງໝາຍເຖິງຄວາມພະຍາຍາມ ແລະ ຄຳໝັ້ນສັນຍາຮ່ວມກັນທີ່ຈະຊ່ວຍ ໃຫ້ ສປປ ລາວ ສາມາດບັນລຸເປົ້າ ໝາຍພັດທະນາແບບຍືນຍົງຮັບປະກັນບໍ່ປະໃຜໄວ້ຂ້າງຫຼັງ.

“ອົງການ UNFPA ເຊື່ອໝັ້ນວ່າຂໍ້ມູນທີ່ມີຄຸນນະພາບແມ່ນສິ່ງຈຳເປັນໃນການວາງນະໂຍບາຍ ເພື່ອຊ່ວຍເຫຼືອຜູ້ທີ່ຕ້ອງ ການການຊ່ວຍເຫຼືອຫຼາຍທີ່ສຸດ, ໂດຍສະເພາະແມ່ຍິງ, ເດັກຍິງ, ແລະ ຊາວໜຸ່ມທີ່ກຳລັງສະແຫວງຫາ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ຕົນເອງ.”

ທ່ານ ດຣ. ບັກທິຍໍ ໄດ້ກ່າວຕື່ມວ່າ: ການສະໜອງຂໍ້ມູນທີ່ໜ້າເຊື່ອຖື ແລະ ມີລາຍລະອຽດ ແມ່ນສິ່ງສຳຄັນ ສຳລັບ ຄົ້ນຫາຄວາມຕ້ອງການຂອງພົນລະເມືອງ, ໂດຍສະເພາະຜູ້ທີ່ຕ້ອງການການຊ່ວຍເຫຼືອຫຼາຍທີ່ສຸດ. ນອກຈາກນັ້ນ, ຂໍ້ມູນ ດ້ານພົນລະເມືອງແມ່ນບ່ອນອີງໃນການຕິດຕາມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຊຶ່ງໃນນັ້ນມີ 107 ໃນຈຳນວນ 232 ຕົວຊີ້ວັດທັງໝົດ ຕ້ອງການຂໍ້ມູນພົນລະເມືອງເປັນບ່ອນອີງ ໃນການຕິດຕາມກວດກາ ຄວາມຄືບໜ້າ. ການມີຂໍ້ມູນລະອຽດກ່ຽວກັບເຂດທີ່ຢູ່ອາໄສຂອງພົນລະເມືອງຈະຊ່ວຍໃຫ້ສາມາດກຳນົດກຸ່ມເປົ້າໝາຍ ຂອງການຊ່ວຍເຫຼືອ ແລະ ກວດກາຄວາມຄືບໜ້າໄດ້.

ພາຍໃຕ້ການສະໜັບສະໜູນທາງດ້ານການເງິນຈາກ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໂດຍຜ່ານ ອົງການ UNFPA ການສະໜອງທຶນ ສຳລັບ ນຳໃຊ້ເຂົ້າໃນການສຳຫຼວດໄດ້ເພີ້ມຂື້ນ.  ເຖິງແນວໃດກໍຕາມ ຍັງມີຄວາມ ຕ້ອງການງົບປະ ມານອີກ ປະມານ 824,000 ໂດລາສະຫະລັດເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມ ແລະ ຂະບວນການເກັບກຳຂໍ້ມູນເພື່ອຮັບປະກັນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງຄັ້ງນີ້ທັນກັບເວລາ ແລະ ມີຄຸນະພາບ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025 ເປັນຂິດໝາຍສຳຄັນໃນການຫັ້ນເປັນ ທັນສະໄໝຂອງລະບົບສະຖິຕິລາວ. ໂດຍນຳໃຊ້ ເຄືອງມືດິຈິຕອນ ແບບທັນສະໄໝ ເປັນຕົ້ນ ການໂປຣ ແກຣມຄອມພິວເຕີ ຊ່ວຍສຳພາດເພື່ອເກັບກຳຂໍ້ມູນ, ແຜນທີ່ພູມສາດ GIS, ການສຳຫຼວດຄັ້ງນີ້ ຈະສາມາດເກັບກຳຂໍ້ມູນໄດ້ຢ່າງວ່ອງໄວ, ຖືກຕ້ອງ ແລະ ທັນສະພາບການ.