ບົດຄວາມຮ່ວມກັນ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ສໍາລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແລະ ທ່ານ ປອ ບັກທິຍໍ ຄາດີຣົບ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ກ່ຽວກັບຂະບວນການດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂອງ ສປປ ລາວ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຢູ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ມາແຕ່ປີ 1985 ເປັນຄັ້ງທຳອິດ ແລະໄດ້ສືບຕໍ່່ປະຕິບັດຢ່າງເປັນລະບົບໃນທຸກໆ 10ປີ, ໃນປີ 2025 ເປັນການສໍາຫຼວດຄັ້ງທີ 5 ເຊິ່ງໄດ້ເລີ່ມຕົ້ນກະກຽມມາ ແຕ່ປີທ້າຍປີ2021. ການສໍາຫລວດຄັ້ງນີ້້ ເປັນການສໍາຫຼວດຄັ້ງທໍາ ຂອງ ສປປ ລາວ ທີ່ນໍາໃຊ້ເຕັກໂນໂລຢີ ທີ່ທັນສະໄໜ ແລະ ແບບດິຈິຕອລ, ເຊິ່ງແຕກຕ່າງຈາກການສຳຫລວດສີ່ຄັ້ງທີ່ຜ່ານມາ. ຂະບວນການສຳຫລວດແບ່ງອອກເປັນ 3 ໄລຍະຄື: ໄລຍະທໍາອິດ, ແມ່ນສຸມໃສ່ການລົງເກັບກໍາຂໍ້ມູນໂຄງສ້າງອາຄານ ແລະ ທີ່ຢູ່ອາໃສ ໂດຍນຳໃຊ້ ລະບົບຂໍ້ມູນຂ່າວສານພູມສາດ (GIS) ເພື່ອສ້າງ-ກໍານົດເຂດສໍາຫຼວດໃນຂອບເຂດທົ່ວປະເທດ, ຝຶກອົບຮົມໃຫ້ແກ່ບັນດາ ຄູຝຶກ, ນັກກວດກາ ແລະ ນັກເດີນສຳຫຼວດ ສ້າງຄວາມເຂົ້າໃຈເນື້ອໃນ, ວິທີການເກັບກໍາຂໍ້ມູນພາກສະຫນາມ; ໄລຍະທີສອງ, ແມ່ນການລົງເກັບກໍາຂໍ້ມູນພາກສະໜາມສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ; ໄລຍະທີສາມ, ດໍາເນີນການສໍາຫຼວດປະເມີນຄຸນນະພາບ (PES) ເຊິ່ງຈະຈັດຕັ້ງປະຕິບັດ ໃນເດືອນມັງກອນ 2026.
ການລົງເກັບກໍາຂໍ້ມູນພາກສະໜາມ, ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ແຕ່ວັນທີ 3 ພະຈິກ ຫາ ວັນທີ 28 ທັນວາ 2025. ໃນໄລຍະດັ່ງກ່າວ ຈະມີນັກເດີນສໍາຫຼວດຫຼາຍກວ່າ 12,000 ຄົນ ເດີນທາງໄປທຸກເຂດສໍາຫຼວດໃນຂອບເຂດທົ່ວປະເທດ ເພື່ອເກັບກຳຂໍ້ມູນ ກ່ຽວກັບ ສະພາບການດຳລົງຊີວິດ, ການສຶກສາຮ່ຳຮຽນ, ການສ້າງຄອບຄົວ, ການເຂົ້າເຖິງການບໍລິການ ແລະ ການຍົກຍ້າຍຖິ່ນຖານພາຍໃນຊຸຸມຊົນ. ໃນໄລຍະເວລາ 8 ອາທິດນີ້ ນັກເດີນສໍາຫຼວດ ຈະລົງສໍາພາດແບບເຊິ່ງໜ້າທຸກໆຄົວເຮືອນ ໃນຂອບເຂດທົ່ວປະເທດ ເພື່ອເກັບກໍາຂໍ້ມູນຂອງປະຊາ ຊົນລາວ ລວມທັງຄົນຕ່າງດ້າວ ທີ່ດຳລົງຊີວິດໃນ ສປປ ລາວ ເປັນເວລາຫຼາຍກ່ວາ 6 ເດືອນຂື້ນໄປ.
ການສຳຫຼວດພົນລະເມືອງຄັ້ງນີ້ ມີຄວາມສຳຄັນທີ່ສຸດ ເນື່ອງຈາກວ່າ ສະພາບການພັດທະນາຢູ່ພາຍໃນປະ ເທດ ແລະ ພາກພື້ນ ມີການປຽ່ນແປງຢ່າງໄວວາ ເປັນຕົ້ນ ແມ່ນການປ່ຽນແປງທາງດ້ານ ປະຊາກອນ, ຂົງເຂດໂຄງສ້າງດ້ານເສດຖະກິດ, ການຫັນເປັນຕົວເມືອງ, ການປ່ຽນແປງຮູບແບບການຍົກຍ້າຍຖິ່ນຖານ ແລະ ຕະຫລາດແຮງງານ, ສຶກສາ, ສາທາ, ໂຄງລ່າງພື້ນຖານ ກໍ່ຄື ການຫັນເປັນດິຈິຕອລ, ເຊີ່ງຈໍາເປັນຕ້ອງຈົດນັບທຸກຄົນ ແລະ ກວດກາຄືນ ວ່າ ຈຳນວນພົນລະເມືອງໃນປີ 2025 ເມື່ອທຽບໃສ່ຕົວເລກຄາດຄະເນຈາກການສຳຫຼວດພົນລະເມືອງຄັ້ງຜ່ານມາມີເທົ່າໃດ ແລະ ຊິວີດການເປັນຢູ່ມີການປ່ຽນແປງຄືແນວໃດ. ດັ່ງນັ້ນ, ການເກັບກຳຂໍ້ມູນພາກສະໜາມທີ່ຊັດເຈນ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ນີ້, ເປັນໂອກາດຄັ້ງປະຫວັດສາດສໍາຄັນສໍາລັບການປັບປຸງລະບົບຂໍ້ມູນດ້ານປະຊາກອນ ຕາມແຜນທີ່ພູມສາດ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃນຂົງເຂດວຽກງານບູລິມະສິດດັ່ງກ່າວ, ທັງເປັນການປະກອບສ່ວນເຂົ້າໃນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການຫັນເປັນດິຈິຕອລ ຂອງລັດຖະບານ ເຊິ່ງສະແດງໃຫ້ເຫັນວ່າ ເຕັກໂນໂລຊີສາມາດຊ່ວຍປັບປຸງລະບົບການບໍລິຫານຂໍ້ມູນ, ວຽກງານການປົກຄອງ, ການວາງແຜນຂອງຂະແໜງການຕ່າງໆ ແລະ ທັງສອດຄ່ອງກັບໄລຍະເວລາໃນການພັດທະນາໃນໄລຍະໃຫມ່ຂອງໂລກອີກດ້ວຍ.
ຜົນຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ນີ້ ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນ, ຊັດເຈນ ແລະ ຄົບຖ້ວນ ທາງດ້ານຄຸນລັກສະນະ ຂອງພົນລະເມືອງ ແລະ ສະພາບທີ່ຢູ່ອາໄສ ຄື: ຈຳນວນພົນລະເມືອງ, ໂຄງປະກອບແບ່ງຕາມເພດ, ຫມວດອາຍຸ, ຊົນເຜົ່າ, ສາສະຫນາ, ລະດັບການສຶກສາ, ການປະກອບອາຊີບ, ການຈະເລີນພັນ, ການເສຍຊີວິດ, ເຂົ້າເຖິງນຳໃຊ້ບໍລິການທາງດ້ານສາທາລະນະສຸກ ແລະ ໂຄງລ່າງພື້ນຖານ ຢູ່ຂັ້ນບ້ານ, ເມືອງ ແລະ ແຂວງ. ຂໍ້ມູນດັ່ງກ່າວເປັນພື້ນຖານໃຫ້ແກ່ລັດຖະບານນຳໃຊ້ເຂົ້າໃນການສ້າງ ແລະ ຕິດຕາມປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເວົ້າລວມ, ເວົ້າສະເພາະ ໃນຂະແຫນງການເງິນ ແມ່ນການວາງແຜນ-ຈັດສັນງົບປະມານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມດຽວກັນນີ້, ຂໍ້ມູນຍັງຈະໄດ້ນໍາໃຊ້ເຂົ້າໃນການປັບປຸງໃຫ້ນະໂຍບາຍທາງດ້ານພົນລະເມືອງ ຮັບປະກັນຜົນປະໂຫຍດສູງສູດຈາກປະຊາກອນ, ຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ການຕີລາຄາຜົນການຈັດ ຕັ້ງປະຕິບັດ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຊິ່ງມີໃນ 107 ຕົວຊິ້ວັດ ຈາກທັງໜົດ 232 ຕົວຊີ້ວັດ ຂອງເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງຈະເປັນການສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ວຽກການຕິດຕາມ ແລະ ປະເມີນຢູູ່ລະດັບຊາດ ແລະ ລະດັບສາກົນ ໃນທຸກຂົງເຂດວຽກງານເປັນຕົ້ນຄື: ອັດຕາການຕາຍຂອງແມ່ ແລະ ການເຂົ້າໂຮງຮຽນຂອງເດັກນ້ອຍ, ການແຈກຢາຍພົນລະເມືອງ ແລະ ສະພາບການດຳລົງຊິວິດ ຂອງພົນລະເມືອງ. ນອກຈາກນັ້ນ, ຜົນການສໍາຫຼວດຄັ້ງນີ້ ເປັນການປັບປຸງຖານຂໍ້ມູນພົນລະເມືອງຂອງປະເທດເຮົາໃນໄລຍະ 10 ປີ ທີ່ຜ່ານມາ. ຖານຂໍ້ມູນທີ່ໄດ້ຮັບການປັບປຸງເປັນຕົ້ນແມ່ນ: ບັນຊີບ້ານ, ບັນຊີຄົວເຮືອນ, ຈຸດທີ່ຕັ້ງຮູບແບບແຜນທີ່ (GIS) ແລະ ຂໍ້ມູນລະອຽດໃນລະດັບສ່ວນບຸກຄົນທັງຫມົດນີ້ຈະເປັນບ່ອນອີງທີ່ສໍາຄັນໃນການເຊື່ອມໂຍງເຂົ້າກັບລະບົບຖານຂໍ້ມູນການຂຶ້ນທະບຽນພົນລະເມືອງແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນວຽກງານສະຖິຕິທະບຽນ ແລະ ການຄຸ້ມຄອງພົນລະເມືອງ ຢ່າງເປັນລະບົບ ແລະ ທັນສະໄໝ. ທັງໝົດນີ້້ ແມ່ນຄວາມເອົາໃຈໃສ່ ຂອງລັດຖະບານລາວ ເພື່ອສຸມໃສ່ປັບປຸງ ແລະ ຍົກລະດັບຊິວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນເທື່ອລະກ້າວ.
ເຖິງແມ່ນວ່າການສຳຫຼວດພົນລະເມືອງຄັ້ງນີ້ ໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເປັນຕົ້ນການນໍາໃຊ້ລະບົບແຜນທີ່ (GIS) ແລະ ໂປແກມສໍາພາດ (CAPI) ໃນແທັບເລັດ ຈຳນວນຫລາຍກວ່າ 12,000 ເຄື່ອງ ເພື່ອນໍາໃຊ້ເຂົ້າໃນການເກັບກໍາຂໍ້ມູນສໍາລັບຄົວເຮືອນບຸກຄົນ, ຄົວເຮືອນແບບລວມໝູ່ ແລະ ເຂດເສດຖະກິດພິເສດ ນັບຕັ້ງແຕ່ບ້ານໃນເຂດຫ່າງໄກສອກຫຼີກ ແລະ ພູດອຍ ຈົນເຖິງຕົວເມືອງໃຫຍ່ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນໃຫ້ທຸກຄົນໃຫ້ໄດ້ຮັບການຈົດນັບ ແລະ ສາມາດເບິ່ງເຫັນສະຖານທີ່ຢູ່ອາໄສຕົວຈິງ ຂອງພົນລະເມືອງອີກດ້ວຍ, ແຕ່ການສຳຫຼວດພົນລະເມືອງຄັ້ງນີ້ ກໍ່ຍັງ ຖືເອົາປະຊາຊົນເປັນໃຈກາງ ດ້ວຍການໃຫ້ທຸກຄົນມີສ່ວນຮ່ວມໃນວຽກງານດັ່ງກ່າວ.
ດັ່ງທີ່ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດ ຕໍ່ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເຊິ່ງໄດ້ “ ຮຽກຮ້ອງໃຫ້ທຸກພາກສ່ວນ, ອົງການຈັດຕັ້ງພາກລັດ, ພາກທຸລະກິດ-ເອກະຊົນ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທຸກຊັ້ນຄົນໃຫ້ເຂົ້າຮ່ວມຂະບວນການສຳຫຼວດພົນລະເມືອງຄັ້ງນີ້ຢ່າງຕັ້ງໜ້າພ້ອມທັງຖືເປັນວຽກງານລະດັບຊາດ, ເປັນຄວາມ ຮັບຜິດຊອບ ຂອງໝົດທຸກຄົນ, ເປັນການສ້າງວິໄສທັດ, ສ້າງອະນາຄົດ ຂອງ ສ ປ ປ ລາວ ຮ່ວມກັນ ເພື່ອຜົນປະໂຫຍດ ຂອງທຸກອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງສັງຄົມ, ພາກເອກະຊົນຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ກຸ່ມຄົນຕ່າງໆໃນຂອບເຂດທົ່ວປະເທດ.”
ໃນການຈັດຕັ້ງປະຕິບັດການສຳຫລວດຄັ້ງນີ້, ຄະນະຊີ້ນຳ ແລະ ຫ້ອງການສຳຫລວດ ແຕ່ລະຂັ້ນ ຍັງໄດ້ເຕົ້າໂຮມບັນດາອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງທາງສັງຄົມ, ພາກທຸລະກິດ-ເອກະຊົນ, ຊຶ່ງການປະສານງານທີ່ເຂັ້ມແຂງ ລະຫວ່າງ ສູນສະຖິຕິແຫ່ງຊາດ, ບັນດາກະຊວງທີ່ກ່ຽວຂ້ອງ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ສປ ຈີນ, ອົດສະຕຣາລີ, ສະວິດເຊີແລນ, ລຸກຊໍາບວກ, ສະຫະລັດອາເມລິກາ, ເຢຍລະມັນ, UNICEF ແລະ ທະນາຄານໂລກ ໃນການປະກອບສ່ວນ ແລະ ສະໜັບສະໜູນການກະກຽມ ແລະ ການດໍາເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025.
ເພື່ອຮັບປະກັນໃຫ້ການສຳຫຼວດພົນລະເມືອງຄັ້ງນີ້ ເປັນການສຳຫຼວດທີ່ລວມເອົາໝົດທຸກຄົນ ແລະ ມີຄຸນນະພາບ ຈຶ່ງໄດ້ສຸມໃສ່ການຝຶກອົບຮົມຄູຝຶກ, ນັກເດີນສຳຫຼວດ ແລະ ນັກກວດກາ ເພື່ອເກັບກຳຂໍ້ມູນຢ່າງຄົບຖ້ວນ ໂດຍສະເພາະ ຂໍ້ມູນຈາກແມ່ຍິງ, ກຸ່ມຊົນເຜົ່າ ແລະ ກຸ່ມພາສາຕ່າງໆ ຢ່າງມີປະສິດທິຜົນ, ໂດຍນຳໃຊ້ເອກະສານທີ່ເປັນພາສາທ້ອງຖິ່ນ ແລະ ດຳເນີນວິທີການ ທີ່ຄໍານຶ່ງເຖິງຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ. ດັ່ງທີ່ ພະນະທ່ານ ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົບ, ຫົວໜ້າຄະນະຊີ້ນໍາການສຳຫຼວດພົນລະເມືອງລະດັບຊາດ ໄດ້ກ່າວເນັ້ນໜັກ ໃນກອງປະຊຸມຄະນະກອງປະຊຸມຄະນະຊີີ້ນໍາລະດັບຊາດ ແລະ ເປີດບັ້ນສຳຫລວດວ່າ: “ ສຸມໃສ່ວຽກງານການຝຶກອົບຮົມຄູຝຶກ, ນັກເດີນສໍາຫຼວດ ແລະ ນັກກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ການສຳຫຼວດພົນລະເມືອງ ເພື່ອສ້າງຈິດສຳນຶກ ໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ມີຄວາມຮັບຮູ້, ເຂົ້າໃຈ ແລະ ໄດ້ຮັບຄວາມໄວ້ວາງໃຈ ຕໍ່ກັບວຽກງານການສຳຫຼວດ ແລະ ໃຫ້ທຸກພາກສ່ວນມີສ່ວນຮ່ວມຢ່າງຕັ້ງໜ້າ ເພືີ່ອບັນລຸຈຸດປະສົງຂອງການສຳຫຼວດໃນຄັ້ງນີ້ ”
ນອກຈາກທີ່ໄດ້ລົງເລິກວຽກງານຝຶກອົບຮົມແລ້ວ, ກໍ່ຍັງມີລະບົບການຕິດຕາມ ແລະ ປະເມີນການສຳຫລວດ ເປັນຕົ້ນ: ຊຸກຍູ້, ປຸກລະດົມໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າ ຈາກອໍານາດການປົກຄອງຂັ້ນເມືອງ ແລະ ນັກກວດກາ ຕິດຕາມຢ່າງຕໍ່ເນື່ອງ, ສົ່ງລາຍງານ ປະຈໍາວັນໃຫ້ສູນກາງຢ່າງທັນການ; ຫ້ອງການສໍາຫລວດ ຂັ້ນສູນກາງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຕິດຕາມໂດຍຜ່ານລະບົບດັດບອດ ສະແດງໃຫ້ເຫັນຄວາມຄືບຫນ້າ ຢູ່ແຕ່ລະເມືອງ ແລະ ແຂວງ; ພ້ອມນັ້ນ, ຍັງມີທີມງານຜູ້ສັງເກດການພາກສະໜາມ ຈາກອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນປະຈໍາຢູ່ແຕ່ລະທ້ອງຖິ່ນ. ພາຍຫລັງສໍາເລັດການສໍາຫລວດເກັບກໍາຂໍ້ມູນພາກສະໜາມໃນປີ 2025 ຈະໄດ້ຫຼວດປະເມີນຄຸນນະພາບ (Post–Enumeration Survey – PES) ເຊິ່ງເປັນການສໍາຫລວດຕົວແທນໃນລະດັບຊາດ ແລະ ແຂວງ ລະຫວ່າງ ວັນທີ 26 ມັງກອນ ຫາ 21 ກຸມພາ 2026 ເພື່ອປະເມີນອັດຕາການຄວບຄຸມ ແລະ ຄຸນນະພາບຂອງການສໍາຫຼວດພົນລະເມືອງ. ທັງໝົດນີ້ ແມ່ນເພື່ອເຮັດໃຫ້ການສໍາຫລວດຄັ້ງນີ້ ມີຄຸນນະພາບ, ມີຄວາມໜ້າເຊື່ອຖື ແລະ ບັນລຸອັດຕາການຄວບຄຸມຢ່າງຕໍ່າໄດ້ 95 ສ່ວນຮ້ອຍ.
ໃນຕໍ່ໜ້າ, ພາຍຫລັງສໍາເລັດການເກັບກໍາຂໍ້ມຸນ, ສູນສະຖິຕິແຫ່ງຊາດປະສານສົມທົບກັບ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ຈະສຸມໃສ່ການວິເຄາະ-ວິໄຈລົງເລິກ, ສ້າງຖານຂໍ້ມູນ ແລະ ບົດລາຍງານໃນໃນຫົວຂໍ້ຕ່າງໆ ກ່ຽວກັບ ປະຊາກອນ ເຊັ່ນ: ການປ່ຽນແປງຂອງປະຊາກອນຕາມກຸ່ມອາຍຸ, ການຈະເລີນພັນ ແລະ ການແຕ່ງງານ, ອັດຕາການຕາຍ, ການຍົກຍ້າຍຖິ່ນຖານ ແລະ ການຫັນເປັນຕົວເມືອງ, ການສຶກສາ, ແຮງງານ, ຄົນພິການ, ທີ່ຢູ່ອາໄສ ແລະ ສະພາບການດໍາລົງຊີວິດ, ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ຊົນເຜົ່າ ແລະ ພາສາ. ບົດລາຍງານເຫຼົ່ານີ້ ຈະເປັນບ່ອນອີງໃນການກຳນົດບັນດານະໂຍບາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ, ຊາວໝຸ່ມ ແລະ ເດັກຍິງ ເພື່ອສ້າງໂອກາດໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫລາຍທີ່ສຸດ ແລະ ຮັບປະກັນວ່າ ຈະບໍ່ມີໃຜຖືກປະໄວ້ທາງຫຼັງ. ຖານຂໍ້ມູນພົນລະເມືອງ ດັ່ງກ່າວ ເປັນພື້ນຖານການສ້າງສະຖິຕິທະບຽນປະຊາກອນ ແລະ ເຊື່ອມໂຍງກັບຖານຂໍ້ມູນຄຸ້ມຄອງພົນລະເມືອງແຫ່ງຊາດ. ຖານຂໍ້ມູນດັ່ງກ່າວຈະຕ້ອງໄດ້ມີການສືບຕໍ່ພັດທະນາ, ເຊື່ອມໂຍງ, ຕິດຕາມ ແລະ ປັບປຸງໃນທຸກປີ ໂດຍອີງໃສ່ຂໍ້ມູນການແຈ້ງເກີດ ແລະ ເສຍຊີວິດຜ່ານລະບົບການເກັບກໍາຂໍ້ມູນແບບບໍລິຫານ ຂອງຂະແໜງການ ເພື່ອຮັບໃຊ້ການພັດທະນາ ການຄຸ້ມຄອງພົນລະເມືອງ ລວມທັງການກະກຽມຮູບແບບການສໍາຫລວດໃນຕໍ່ໜ້າ.
ສູນສະຖິຕິແຫ່ງຊາດ, ກະຊວງການເງິນຈະເປີດກວ້າງການນໍາໃຊ້ຂໍ້ມູນຈາກການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໃສ ຕາມນະໂຍບາຍການເຜີນແຜ່ໃຫ້ແກ່ ພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ເຊັ່ນ ແມ່ຍິງ, ຊາວໜຸ່ມ ແລະ ຄົນພິການ, ນັກວິຊາການ, ນັກຄົ້ນຄ້ວາ, ນັກຮຽນ, ນັກສຶກສາ ຕະຫຼອດຮອດສ່ວນບຸກຄົນ ເພື່ອເປັນບ່ອນອີງໃນການວາງແຜນ, ລົງທຶນ ແລະ ຕັດສິນໃຈ ເຂົ້າໃນວຽກງານຕ່າງໆທີ່ກ່ຽວຂ້ອງ ແລະ ນໍາຜົນປະໂຫຍດສູງສຸດມາສູ່ການສ້າງສາ ແລະ ພັດທະນາປະເທດຊາດໃນຍຸກໃໝ່.