[Testing] ເວັບໄຊ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

RESULT

ຜົນປະໂຫຍດທີ່ຈະໄດ້ຮັບຈາກການສຳຫຼວດ

  • ເກັບກໍາສັງລວມຂໍ້ມູນດ້ານພົນລະເມືອງ ໃນຂອບເຂດທົ່ວປະເທດ ຈາກໃນລະດັບຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ກ່ຽວກັບສະພາບການປ່ຽນແປງຂອງພົນລະເມືອງ ໃນໄລຍະ 10 ປີ ແລະ ປັດໃຈທີ່ມີຜົນກະທົບຕໍ່ການຂະຫຍາຍຕົວຂອງພົນລະເມືອງເຊັ່ນ: ການຈະເລີນພັນ, ການເສຍຊີວິດ, ການເຄື່ອນຍ້າຍຂອງພົນລະເມືອງ ແລະ ຂໍ້ມູນລະອຽດກ່ຽວກັບຄຸນລັກສະນະຂອງພົນລະເມືອງ, ໂຄງປະກອບທາງດ້ານອາຍຸ, ເພດ, ຊົນເຜົ່າ, ສາດສະໜາ,ການຂື້ນທະບຽນການເກີດ, ການຖືບັດປະຈຳຕົວ-ສຳມະໂນຄົວ, ການສຶກສາ, ການປະກອບອາຊີບ, ເງຶ່ນໄຂການດຳລົງຊີວິດ ແລະ ການເຂົ້າເຖິງການບໍລິການອື່ນໆ.
  • ຖານຂໍ້ມູນພົນລະເມືອງແຫ່ງຊາດໃນທຸກໆ 10 ປີ ເຊິ່ງປະກອບດ້ວຍ ຖານຂໍ້ມູນ ບັນຊີບ້ານ, ບົນຊີຄົວເຮືອນ, ບັນຊີຈຸດທີ່ຕັ້ງບ້ານ, ຈຸດທີ່ຕັ້ງຂອງຄົວເຮືອນ ແລະ ພື້ນຖານໂຄງລ່າງຕ່າງໆ ແລະ ຖານຂໍ້ມູນລະອຽດກ່ຽວກັບບຸກຄົນຂອງແຕ່ລະຄົວເຮືອນໃນຂອບເຂດທົ່ວປະເທດ ເພື່ອເປັນບ່ອນອີງໃນການເຊື່ອມໂຍງກັບລະບົບຖານຂໍ້ມູນ ການຂື້ນທະບຽນພົນລະເມືອງແຫ່ງຊາດ ຮັບໃຊ້ໃຫ້ແກ່ການປັບປຸງນະໂຍບາຍດ້ານພົນລະເມືອງ ແລະ ວຽກງານການຄຸ້ມຄອງພົນລະເມືອງ.
  • ບົດລາຍງານຜົນການສຳຫຼວດໃນລະດັບຊາດ ແລະ ຂັ້ນແຂວງ, ບົດລາຍງານການຄາດຄະເນພົນລະເມືອງ, ບົດລາຍງານຜົນການວິໄຈຫົວຂໍ້ຕ່າງໆ ເຊັ່ນ: ສະພາບການຈະເລີນພັນ, ສະພາບການເສຍຊີວິດຂອງແມ່ ແລະ ເດັກນ້ອຍ, ສະພາບການຍົກຍ້າຍ, ການສຶກສາ, ການຈ້າງງານ, ສະພາບການດຳລົງຊີວິດ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ.
  • ສາມາດສະໜອງຂໍ້ມູນພື້ນຖານທີ່ສຳຄັນທາງດ້ານພົນລະເມືອງ ເພື່ອຮັບໃຊ້ໃຫ້ແກ່ການດຶງດູດການລົງທຶນ, ການຄາດຄະເນດ້ານປະຊາກອນ, ການຂະຫຍາຍຕົວພົນລະເມືອງທີ່ຕິດພັນກັບການເຕີບໂຕສີຂຽວ, ການດຸ່ນດ່ຽວທຳມະຊາດ, ຕະຫຼາດແຮງງານ, ຕະຫຼາດສີນຄ້າ, ນຳໃຊ້ເຂົ້າໃນການຄົ້ນຄວ້າ ແລະ ວິໄຈ ເພື່ອຮັບໃຊ້ແຜນໄລຍະສັ້ນ,ໄລຍະຍາວ, ແຜນພັດທະນາຊັບພະຍາກອນມະນຸດ ແລະ ເປັນບ່ອນອີງທີ່ສໍາຄັນ ສຳລັບການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ການຕິດຕາມເປົ້າໝາຍພັດທະນາແບບຍືນຍົງ ແລະ ວິໄສທັດຮອດ ປີ 20230, ການລຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ການຕິດຕາມແຜນງານດ້ານປະຊາກອນໃນລະດັບຊາດ, ພາກພື້ນ ແລະ ສາກົນອີກ.

ຜົນໄດ້ຮັບ ແລະ ເອກະສານທີ່ກ່ຽວຂ້ອງ

19/12/2025

ບົດລາຍງານ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V (ຂໍ້ມູນຕົວຢ່າງ)

18/12/2025

ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ2015